1 ມີນາ 2022
ຜູ້ຢູ່ອາໄສໃນຍ່ານຫາດເຣເນຍຣ໌ (Rainier Beach):
Mt. Baker Housing ໄດ້ຊື້ ແລະ ກຳລັງພັດທະນາທີ່ດິນຄືນໃໝ່ປະມານ 3.3 ເອເຄີຣ (acre) ທາງທິດຕາເວັນອອກສຽງໃຕ້ຂອງ ສະຖານີລົດໄຟ Rainier Beach Light ທີ່ຕັ້ງຢູ່ 9236 Renton Ave S. ການຊື້ນີ້ໄດ້ລວມທັງສູນປິ່ນປົວທັນເດີເບີຣດ (Thunderbird Treatment Center) ຫຼັງເກົ່າ, ສູນປິ່ນປົວການໃຊ້ສານຂອງຄົນປ່ວຍໃນ ເຊິ່ງຜ່ານມາແມ່ນ Seattle Indian Health Board ເປັນເຈົ້າຂອງ. ປັດຈຸບັນພວກເຮົາຮຽກວ່າ ໂປຣເຈັກ “Thunderbird” ໃນຂະນະທີ່ພວກເຮົາຢູ່ຊ່ວງຕົ້ນໆຂອງແຜນການ.
ໂປຣເຈັກນີ້ຈະປະກອບດ້ວຍອາຄານສູງຕ່ຳຫລາຍຫລັງທີ່ຕັ້ງຢູ່ໃນຊຸມຊົນທີ່ພັກອາໄສຂອງຄອບຄົວໃນຮູບແບບສວນປະມານ 233 ຊຸດ. ຊຸມຊົນຈະໃຫ້ບໍລິການປະຊາຊົນທີ່ມີລາຍຮັບ 60% ຂອງລາຍຮັບປານກາງໃນພາກພື້ນ (Area Median Income) ເຊິ່ງປັດຈຸບັນເທົ່າກັບ $71,640 ສຳລັບໜຶ່ງຄອບຄົວທີ່ມີສີ່ຄົນໃນ Seattle. ແຜນປັດຈຸບັນສຳລັບໂປຣເຈັກໄດ້ຮຽກຮ້ອງການລວມເຂົ້າກັນຂອງສະຕູດີໂອ, 1 ຫ້ອງນອນ; 2 ຫ້ອງນອນ, 3 ຫ້ອງນອນ ແລະ 4 ຫ້ອງນອນ, ທີ່ມີປະມານ 50% ຂອງຫ້ອງນອນແມ່ນຂະໜາດສຳລັບຄອບຄົວ. ໂປຣເຈັກຈະບໍ່ລວມເອົາພື້ນທີ່ສຳລັບການຄ້າ ແຕ່ຈະລວມເອົາອາຄານສູນກາງທີ່ມີພື້ນທີ່ສຳລັບຊຸມຊົນ, ບ່ອນຈອດລົດທີ່ກວ້າງຂວາງ ແລະພື້ນທີ່ຫຼິ້ນກາງແຈ້ງສຳລັບຜູ້ຢູ່ອາໄສ.
ການຊື້ໂປຣເຈັກສ່ວນໜຶ່ງໄດ້ຮັບທຶນຈາກກອງທຶນການຊື້ (acquisition fund) ທີ່ສະໜອງໂດຍ City of Seattle, Office of Housing. Mt Baker Housing ຍັງສັນຍາວ່າຈະສະໜອງທີ່ພັກອາໄສລາຄາຖືກ ເຊັ່ນດຽວກັນກັບພື້ນທີ່ການຢູ່ອາໄສທີ່ມີສະພາບແວດລ້ອມດີຕໍ່ສຸຂະພາບໃນພາກຕາເວັນອອກສຽງໃຕ້ຂອງ Seattle. ພວກເຮົາຍິນດີຕ້ອນຮັບ ແລະ ຂໍຂອບໃຈການປະກອບສ່ວນດ້ານຂໍ້ມູນ ແລະ ການມີສ່ວນຮ່ວມຂອງປະຊາຊົນຢູ່ແຖບນີ້. Mt. Baker Housing ຮູ້ສຶກດີໃຈໃນການມີໂອກາດອີກຄັ້ງເພື່ອນຳເອົາທີ່ພັກອາໄສລາຄາຖືກກວ່າເດີມມາສູ່ ປະຊາຊົນທີ່ຢູ່ຍ່ານພາກຕາເວັນອອກສຽງໃຕ້ຂອງ Seattle.
ຖ້າທ່ານມີຄຳຖາມກ່ຽວກັບໂປຣເຈັກທີ່ໜ້າຕື່ນເຕັ້ນນີ້, ກະລຸນາຕິດຕໍ່ ທ່ານ Alisha Dall’Osto ທີ່ອີເມວ[email protected] ຫລື 206-712-1519. ການພົບປະຊຸມຊົນທາງອອນລາຍຈະຈັດຂຶ້ນໃນ:July 21, 2022 @7pm-8pm. ນອກຈາກນັ້ນ, ຫາກທ່ານບໍ່ສາມາດເຂົ້າຮ່ວມການພົບປະຊຸມຊົນທາງອອນລາຍຂອງພວກເຮົາ, ນີ້ຄືລິ້ງເຂົ້າຫາການສຳຫລວດການພັດທະນາໂຄງການຂອງພວກເຮົາ ເພື່ອທີ່ພວກເຮົາສາມາດຮັບຂໍ້ມູນ ແລະ ຄຳຄິດເຫັນຂອງທ່ານກ່ຽວກັບການພັດທະນານີ້: https://bit.ly/3Otd26n.ໂປດຊາບວ່າທຸກໆຂໍ້ມູນທີ່ເກັບເອົາອາດຈະປ່ອຍສູ່ສາທາລະນະ. ທ່ານສາມາດອ່ານ ແລະ ຊອກຫາການອັບເດດ, ເວລາ ແລະ ສະຖານທີ່ສຳລັບການພົບປະການມີສ່ວນຮ່ວມຂອງຊຸມຊົນ ກ່ຽວກັບການພັດທະນານີ້ທີ່: https://mtbakerhousing.org/comment_forms/newhousing/
ດ້ ວຍຄວາມນັ ບືຖ,
Alisha Dall’Osto
ຜູ້ ໍອານວຍການການຮ່ ວມືມ ແລະການມີ ສ່ ວນຮ່ ວມຊຸ ມຊົ ນ (Director of Community Engagement & Partnerships)
Mt. Baker Housing
**Community Meeting Date & Time: Jul 21, 2022 07:00 PM Pacific Time (US and Canada)**
Development: “9236 Renton Ave S, Seattle, WA” COMMUNITY MEETING
Join Zoom Meeting
https://us02web.zoom.us/j/85180175786?pwd=uO7L2UzRSoRaNesrThMcmgowMIQQ41.1
Meeting ID: 851 8017 5786
Passcode: 851816